ສິ່ງທີ່ຄວນ ແລະ
ບໍ່ຄວນ
1. ສິ່ງທີ່ຄວນ.
1. ຈັບມືທັກທາຍກັນອີກຝ່າຍໜຶ່ງເມື່ອຖືກແນະນຳໃຫ້ຮູ້ຈັກ
( ຖ້າບໍ່ຈັບມືສະແດງເຖິງຄວາມບໍ່ ສຸພາບ).
2. ຢ່າງທີ່ຮູ້ກັນດີວ່າຄົນເຢຍລະມັນມັກກິນເບຍຫຼາຍ,
ກ່ອນຈະກິນເບຍທຸກເທື່ອນັ້ນຕ້ອງບໍ່ລືມເວົ້າ PROST! ຄວາມໝາຍຄື: Cheers. ໂດຍຄະນະທີ່ເວົ້ານັ້ນຢ່າລືມເບິ່ງຕາໝູ່ເພື່ອນທີ່ຮ່ວມກິນເບຍນຳກັນ.
3. ປະເທດເຢຍລະມັນມັກເວົ້າການເມືອງ
ແລະ ສາສະໜາ, ເຖິງຈະພົບກັນເທື່ອທຳອິດກໍຕາມ.
4. ເມື່ອຮັບໂທລະສັບຄົນປະເທດເຢຍລະມັນຈະແນະນຳຊື່ຕົວເອງໃຫ້ຄົນຮັບສາຍຮູ້ກ່ອນ.
5. ຮ້ານຄ້າຈຳນວນຫຼາຍໃນເຢຍລະມັນມັກບໍ່ໃຊ້ບັດເຄຼດິດ,
ເພາະສະນັ້ນຢ່າລືມພົກເງິນສົດ ຫຼື ກົດບົດ ATM ເພື່ອໄວ້.
2. ສິ່ງທີ່ບໍ່ຄວນ.
1. ເວລາຍ່າງຂ້າມທາງຢ່າຍ່າງສຸມ
4, ສຸມ 5 ເພາະນອກຈາກຈະຜິດກົດໝາຍແລ້ວຍັງອາດຈະຖືກເບິ່ງດ້ວຍສາຍຕາແປກໆ ຫຼື
ອາດຈະຖືກຈັບໄດ້.
2. ເວລາຍ່າງເທິງຟຸດບາດໃຫ້ສັງເກດດີໆເພາະເທິງຟຸດບາດຈະແບ່ງອອກເປັນ 2 ເລນຄື: ສຳ ລັບຄົນຍ່າງ ແລະ ສຳລັບຄົນຂີ່ລົດຖີບ,
ຖ້າໄປຍ່າງເລນທີ່ໄວ້ສຳລັບຂີ່ລົດຖີບອາດຈະຖືກດ່າແບບຟຣີໆໄດ້.
3. ຫ້າມມາຊ້າເພາະຄົນເຢຍລະມັນເປັນຄົນຕົງຕໍ່ເວລາສະເໝີ.
4. ຫ້າມມອບດອນລິນລີ້ໃຫ້ແກ່ຄົນເຢຍລະມັນເພາະມັນເປັນດອກໄມ້ໃຊ້ສະເພາະໃນງານສົບ.
5. ຫ້າມມອບດອກຄາເນຊັ້ນໃຫ້ຄົນເຢຍລະມັນເຊັ່ນດຽວກັນເພາະມັນໝາຍເຖິງຄວາມໂສກ ເສົ້າເສຍໃຈ.
No comments:
Post a Comment