ກິລາ ແລະ
ກິດຈະກຳ
1. ກິລາເຕະບານ.
ຊາວເຢຍລະມັນ 27
ລ້ານຄົນໄດ້ເຂົ້າເປັນສະມາຊິກສະໂມສອນກິລາ.
ການແຂ່ງຂັນເຕະບານເປັນກິລາທີ່ເປັນທີ່ນິຍົມກັນຫຼາຍທີ່ສຸດ,
ສະມາຄົມເຕະບານແຫ່ງຊາດຂອງເຢຍລະມັນເປັນອົງກອນກິລາທີ່ໃຫຍ່ທີ່ສຸດຂອງໂລກ ແລະ ລີກເຕະບານສູງສຸດຂອງເຢຍລະມັນແມ່ນ
ບຸນເດັດລີກ້າ. ທີມເຕະບານຂອງເຢຍລະມັນໄດ້ເປັນແຊັ້ມບານໂລກໃນປີ 1954, 1974, 1990, 2014
ແລະ ໄດ້ເປັນແຊັັ້ມໃນການແຂ່ງຂັນເຕະບານແຫ່ງທະວີບຢູໂຣບໃນປີ 1972, 1980 ແລະ 1996.
ເຢຍລະມັນໄດ້ເປັນເຈົ້າພາບເຕະບານໂລກໃນປີ 1974 ແລະ 2006,
ນອກນັ້ນຍັງເປັນເຈົ້າພາບການແຂ່ງຂັນເຕະບານແຫ່ງທະວີບຢູໂຣບ. ກິລາປະເພດນີ້ມີຜູ້ຫຼິ້ນທັງໝົດ 11 ຄົນ ແລະ ບໍ່ຕໍ່າກວ່າ 7 ຄົນ.
2. ກິລາຮອກກີ້ນໍ້າແຂງ.
ຮອກກີ້ນໍ້າແຂງເປັນໜຶ່ງໃນກິລາທີ່ນິຍົມຫຼາຍທີ່ສຸດຂອງເຢຍລະມັນຖັດຈາກກິລາເຕະບານ ແລະ ກິລາປະເພດນີ້ເປັນກິລາທີ່ຫຼິ້ນຢູ່ໃນຮົ່ມ ເຊິ່ງນິຍົມຫຼິ້ນກັນຫຼາຍໃນລະດູໜາວ. ກິລາປະເພດນີ້ຖືກສ້າງຕັ້ງຂຶ້ນໃນປີ 1912. ໃນທີມໜຶ່ງຈະປະກອບມີຜູ້ຫຼິ້ນທັງໝົດ 16 ຄົນ, ເຊິ່ງຜູ້ຫຼິ້ນມີ 11 ຄົນ ແລະ ຜູ້ຫຼິ້ນສຳຮອງ 5 ຄົນ.
3. ກິລາ Handball.
ປະເທດເຢຍລະມັນຖືໄດ້ວ່າເປັນແຫຼ່ງກຳເນີດຂອງກິລາແຮນບໍ, ການແຂ່ງຂັນຄັ້ງທຳອິດໄດ້ຮັບການບັນທຶກຢ່າງເປັນທາງການເມື່ອວັນທີ
29 ຕຸລາ 1917 ໃນເບີລິນ. ໃນປະຈຸບັນນີ້ແຮນບໍເປັນກິລາທີ່ຫຼິ້ນເປັນທີມ ແລະ
ຜູ້ຄົນເຂົ້າຊົມກິລານີ້ເປັນອັນດັບທີ່ນິຍົມໃນເມືອງຂະໜາດນ້ອຍທົ່ວປະເທດເຢຍລະມັນ. ກິລາປະເພດນີ້ຈະປະກອບມີຜູ້ຫຼິ້ນທັງໝົດ12 ຄົນ, ຜູ້ຫຼິ້ນໃນເດີ່ນມີ 7 ຄົນ ແລະ ຜູ້ຫຼິ້ນສຳຮອງມີ 5 ຄົນ.
No comments:
Post a Comment