ຂໍ້ມູນທົ່ວໄປ ແລະ ພູມສັນຖານ
1. ພູມສັນຖານ.
ປະເທດເຢຍລະມັນຕັ້ງຢູ່ໃນຕອນກາງຂອງທະວີບຢູໂຣບ,
ເປັນປະ ເທດທີ່ມີປະຫວັດສາດ ແລະ ວັດທະນະທຳອັນຍາວນານ. ປະເທດເຢຍລະມັນຖືໄດ້ວ່າເປັນໜຶ່ງໃນປະເທດຂອງໂລກທີ່ມີລະບົບເສດຖະກິດ,
ເທັກໂນໂລຢີ ແລະ ການສຶກສາທີ່ເຂັ້ມແຂງ. ທີ່ຕັ້ງຂອງປະເທດທີ່ຢູ່ໃຈ ກາງຂອງທະວີບຢູໂຣບຈຶ່ງເຮັດໃຫ້ປະເທດເຢຍລະມັນມີເພື່ອນບ້ານອ້ອມຮອບທັງໝົດ
9 ປະ ເທດຄື: ອອດສະເຕເລຍ, ເບວຢ້ຽມ, ສາທາລະນະເຊັກ,
ເດັນມາກ, ຝຣັ່ງ, ລັກຊຳເບີກ, ເນເທີແລນ, ໂປແລນ ແລະ ສະວິດເຊີແລນ.
ປະເທດເຢຍລະມັນມີເນື້ອທີ່ທັງໝົດ 357,021 Km2,
ແມ່ນໍ້າສາຍຫຼັກຂອງປະເທດແມ່ນແມ່ນໍ້າໄຣນ໌ເຊິ່ງເປັນແມ່ນໍ້າທີ່ຍາວທີ່ສຸດໃນປະເທດເຢຍລະມັນ. ຕົວເມືອງທີ່ໃຫຍ່ທີ່ສຸດຢູ່ໃນປະເທດເຢຍລະມັນມີ: ເມືອງ
ເບີລິນ, ເມືອງຮຳເບີດ, ເມືອງມິວນິດ, ເມືອງໂຄໂລນ ແລະ ເມືອງແຟງເຟີດ.
2. ອານາເຂດ.
ປະເທດເຢຍລະມັນເປັນປະເທດໜຶ່ງທີ່ມີຊາຍແດນຕິດກັບຫຼາຍປະເທດເຊິ່ງມີຄວາມຍາວປະມານ 3,714 Km2. ເຊິ່ງມີຊາຍແດນຕິດກັບປະເທດອອດສະເຕເລຍ 801 Km, ເບວ ຢ້ຽມ 133 Km, ສາທາລະນະເຊັກ 704 Km, ເດັນມາກ 140 Km, ຝຣັ່ງ 148 Km, ລັກຊຳເບີກ 128 Km, ເນເທີແລນ 575 Km, ໂປແລນ 467 Km ແລະ ສະວິດເຊີແລນ 348 Km.
3. ລັກສະນະພູມອາກາດ ແລະ ລະດູ.
ປະເທດເຢຍລະມັນເປັນປະເທດໜຶ່ງທີ່ມີຊາຍແດນຕິດກັບຫຼາຍປະເທດເຊິ່ງມີຄວາມຍາວປະມານ 3,714 Km2. ເຊິ່ງມີຊາຍແດນຕິດກັບປະເທດອອດສະເຕເລຍ 801 Km, ເບວ ຢ້ຽມ 133 Km, ສາທາລະນະເຊັກ 704 Km, ເດັນມາກ 140 Km, ຝຣັ່ງ 148 Km, ລັກຊຳເບີກ 128 Km, ເນເທີແລນ 575 Km, ໂປແລນ 467 Km ແລະ ສະວິດເຊີແລນ 348 Km.
3. ລັກສະນະພູມອາກາດ ແລະ ລະດູ.
ພູມອາກາດຂອງເຢຍລະມັນຈະມີຄວາມແຕກຕ່າງກັນໃນແຕ່ລະຕົວເມືອງໂດຍອຸນຫະພູມຢູ່ທົ່ງພຽງສະເລ່ຍໃນລະດູໜາວແມ່ນ 1,5 ອົງສາ ແລະ ເທິງພູເຂົາແມ່ນ -6 ອົງສາ, ສ່ວນອຸນຫະພູມໃນເດືອນກໍລະກົດສະເລ່ຍແມ່ນ 18-20 ອົງສາ.
ປະເທດເຢຍລະມັນມີ 4 ລະດູຄື:
1. ລະດູຮ້ອນ (ມີຖຸນາ-ສິງຫາ): ອຸນຫະພູມສະເລ່ຍຢູ່ລະຫວ່າງ 18-20 ອົງສາ, ບາງຄັ້ງອຸນຫະ ພູມອາດຈະສູງເຖິງ 30 ອົງສາ ຫຼື ສູງກວ່ານັ້ນ.
2. ລະດູໃບໄມ້ລົ່ນ (ກັນຍາ-ພະຈິກ): ອາກາດຈະເລີ່ມເຢັນລົງ ແລະ ມີຝົນຕົກ, ໃບໄມ້ຈະມີ ການປ່ຽນສີເປັນສີເຫຼືອງ, ສີແດງ.
3. ລະດູໜາວ (ທັນວາ-ກຸມພາ): ອຸນຫະພູມສະເລ່ຍຢູ່ລະຫວ່າງ 5 ອົງສາ ຫາ -5 ອົງສາ, ໂດຍຈະມີຫິມະຕົກເລັກໜ້ອຍ.
4. ລະດູໃບໄມ້ປົ່ງ (ມີນາ-ພຶດສະພາ): ອາກາດຈະອຸ່ນຂຶ້ນ, ດອກໄມ້ເລີ່ມບານ ແລະ ຕົ້ນໄມ້ຈະແຕກໃບອ່ອນ.
4. ປະຊາກອນ.
ໃນປະຈຸບັນປະເທດເຢຍລະມັນມີປະຊາກອນທັງໝົດ 82.3 ລ້ານຄົນ ( ຜູ້ຍິງ 42
ລ້ານຄົນ ), ນອກຈາກນັ້ນຍັງມີຊາວຕ່າງຊາດອາໄສຢູ່ໃນເຢຍລະມັນ
7.3 ລ້ານຄົນ.
5. ສາສະໜາ.
ຊາວເຢຍລະມັນສ່ວນຫຼາຍນັບຖືສາສະໜາຄິດສະຕຽນປະມານ
52 ລ້ານຄົນ, ສາສະໜາອິດສະລາມປະມານ 4 ລ້ານຄົນ, ສາສະໜາພຸດປະມານ 235,000 ຄົນ ແລະ
ສາສະໜາຢິວປະມານ 106,000 ຄົນ. ເຖິງຢ່າງໃດກໍຕາມກົດໝາຍຂອງເຢຍລະມັນໄດ້ໃຫ້ຄວາມສະເໝີ ພາບໃນການນັບຖືສາສະໜາ
ແລະ ບໍ່ມີໂບດປະຈຳຢູ່ໃນປະເທດ.
6. ພາສາເຢຍລະມັນ.
ເປັນພາສາທີ່ກຸ່ມຄົນເຈີແມນດ້ານຕາເວັນຕົກ ແລະ
ເປັນພາສາທີມີຄົນໃຊ້ເວົ້າເປັນພາສາກາງຫຼາຍທີ່ສຸດໃນສະຫະພາບຢູໂຣບ,
ສ່ວນໃຫຍ່ຈະເວົ້າຢູ່ໃນປະເທດເຢຍລະມັນ, ອອດສະເຕເລຍ, ສະວິດເຊີແລນ, ລັກຊຳເບີກ,
ທາງດ້ານຕາເວັນອອກຂອງເບວຢ້ຽມ, ບາງສ່ວນຂອງໂຣມາເນຍ ແລະ ຝຣັ່ງ. ນອກນັ້ນຍັງມີຊັ້ນຄົນກຸ່ມນ້ອຍທີ່ເວົ້າພາສເຢຍລະມັນໃນຫຼາຍປະເທດທາງຢູໂຣບຕາເວັນອອກເຊັ່ນ: ຣັດເຊຍ,
ຮົງໂກລີ, ສະໂລວີເນຍ. ລວມເຖິງອາເມຣິກາເໜືອ ແລະ
ບາງປະເທດໃນອາເມຣິກາລາຕິນເຊັ່ນ: ອາເຈັນຕີນ້າ ແລະ ບາຊິວ
No comments:
Post a Comment