Sunday, January 29, 2017

ເອກະລັກ
     ເອກະລັກຂອງປະເທດເຢຍລະມັນຈະມີ:
1. ທຸງຊາດ.
     ທຸງຊາດຂອງປະເທດເຢຍລະມັນມີລັກສະນະເປັນທຸງສາມສີຮູບສີ່ຫຼ່ຽມ, ຂະ ໜາດກວ້າງ 3 ສ່ວນ, ຍາວ 5 ສ່ວນຕາມແນວນອນ. ທຸງຊາດເຢຍລະມັນຈະມີສີດຳ, ສີແດງ, ສີທອງ ຫຼື ສີເຫຼືອງ.


2. ຊຸດປະຈຳຊາດ.
     ຊຸດປະຈຳຊາດຂອງເຢຍລະມັນເປັນຊຸດດັ້ງເດີມຂອງຊາວເຢຍລະມັນສະໄໝບູຮານ. 
- ຊຸດສຳລັບຜູ້ຊາຍ: ໃສ່ໝວກ, ເສື້ອແຂນຍາວ, ໂສ້ງຂາສັ້ນມີຫູ, ຖົງເທົ້າຍາວ ແລະ ເກີບລາຍທ້ອງຖິ່ນ.
- ຊຸດສຳລັບຜູ້ຍິງ: ໃສ່ໝວກຜ້າ, ໃສ່ເສື້ອຂາວທັບດ້ວຍເສືອກກັກຜູກເຊືອກດັນໜ້າເອິກ, ໃສ່ກະໂປ່ງ.



ຂໍ້ມູນອື່ນໆ
1. ການສຶກສາ.

    ໃນປະຈຸບັນປະເທດເຢຍລະມັນມີຈຳນວນນັກສຶກສາທັງໝົດປະມານ 12.6 ລ້ານຄົນ, ມີອາຈານສອນທັງໝົດປະມານ 780,000 ຄົນ, ມີໂຮງຮຽນປະມານ 52,000 ແຫຼ່ງ. ຢູ່ໃນປະ ເທດເຢຍລະມັນການສຶກສາແມ່ນເລີ່ມຕົ້ນແຕ່ອາຍຸ 6-18 ປີ. ໂຮງຮຽນເອກະຊົນມີຈຳນວນໜ້ອຍ, ສ່ວນຫຼາຍແມ່ນໂຮງຮຽນລັດຖະບານເຊິ່ງມີການໃຫ້ຮຽນຟຣີໂດຍບໍ່ຕ້ອງເສຍຄ່າຮຽນ, ໜັງສື ແລະ ຕຳລາຮຽນແມ່ນມີໃຫ້ນັກຮຽນຢືມໂດຍບໍ່ຕ້ອງຊື້. ເມື່ອນັກຮຽນອາຍຸ 6 ປີຈະເຂົ້າຮຽນຊັ້ນປະຖົມເປັນເວລາ 4 ປີ, ຫຼັງຈາກຈົບຊັ້ນປະຖົມແມ່ຮຽນຕໍ່ຊັ້ນມັດທະຍົມອີກ 6 ປີ, ຈົບຈາກມັດທະຍົມແລ້ວໄປຮຽນຕໍ່ຫຼັກສູດທົ່ວໄປອີກ 6 ປີ ແລະ ຫຼັງຈົບຫຼັກສູດແມ່ນຈະໄປຮຽນຕໍ່ວິຊາຊີບອີກ 9 ປີ.
2. ການໂທລະສັບ.
     ສຳລັບໂທລະສັບເມື່ອເຮົາໂທເຂົ້າປະເທດເຢຍລະມັນແມ່ນຈະໃຊ້ +49 ແລ້ວຕາມດ້ວຍ 0 ຈາກນັ້ນຈຶ່ງກົດເບີໂທລະສັບ ແລະ ຫາກຕ້ອງການໂທຈາກເຢຍລະມັນໄປປະເທດອື່ນໆຕ້ອງກົດ 00 ກ່ອນແລ້ວຕາມດ້ວຍລະຫັດປະເທດນັ້ນ. ສຳລັບໂທລະສັບສາທາລະນະອາດຈະໃຊ້ໄດ້ທັງການຍອດຫຼຽນ ແລະ ບັດໂທລະສັບ (ສຳລັບບັດໂທລະສັບສາມາດຊື້ໄດ້ຕາມສະຖານທີ່ໄປ ສະນີ, ທະນາຄານ ແລະ ຕາມສະຖານບໍລິການນັກທ່ອງທ່ຽວ).
 ມາລະຍາດໃນການໂທລະສັບຂອງຊາວເຢຍລະມັນຜູ້ທີ່ໂທຈະຕ້ອງບອກຊື່ຂອງຕົນເອງໃຫ້ຮຽບຮ້ອຍກ່ອນທີ່ຈະເວົ້າເລື່ອງອື່ນ ແລະ ບໍ່ຄວນໂທເຂົ້າໂທລະສັບບ້ານຫຼັງຈາກ 22:00 ໂມງ ຫຼື ໂທເຂົ້າອອບຟິດຫຼັງຈາກ 17:00 ໂມງ(ວັນຈັນຫາວັນພະຫັດ) ແລະ ຫຼັງຈາກ 16:00 ໂມງ (ວັນສຸກ).
3. ນາຍນົກລັດຖະມົນຕີ.
     ນາຍຍົກລັດຖະມົນຕີຂອງປະເທດເຢຍລະມັນຊື່ວ່າ: ທ່ານ ນາງ ອັງເກລາ ໂດໂລເທອາ ແມນເດີ. ເກີດເມື່ອວັນທີ 17 ກໍລະກົດ 1954 ແລະ ໄດ້ດຳລົງຕຳແໜ່ງເປັນນາຍົກລັດຖະ ມົນຕີເປັນເວລາ 10 ປີ.

4. ສະກຸນເງິນ.

     ສະກຸນເງິນຂອງປະເທດເຢຍລະມັນເປັນເງິນ Euro


ບຸນປະເພນີຕ່າງໆ
1. ວັນຄຣິດສະມາດ.
    ບຸນປະເພນີຂອງປະເທດເຢຍລະມັນແມ່ນບຸນວັນຄຣິດສະມາດເປັນວັນທີ່ສຳຄັນຂອງຊາວເຢຍລະມັນ, ເພາະວ່າຊາວເຢຍລະມັນນັບຖືສາສະໜາຄຣິດເປັນສາສະໜາຫຼັກຈົນຮອດປະຈຸ ບັນນີ້. ຮອດວັນຄຣິດສະມາດຕາມຮ້ານ, ບ້ານເຮືອນຂອງປະຊາຊົນຕ່າງໆຈະເລີ່ມມີການປະດັບປະດາຕົບແຕ່ງ, ນອກນັ້ນວັນຄຣິດສະມາດຍັງເປັນເວລາທີ່ສະມາຊິກໃນຄອບຄົວກັບມາພ້ອມໜ້າພ້ອມຕາກັນໂດຍທີ່ຊ່ວງເວລາລະຫວ່າງເທດສະການວັນຄຣິດສະມາດ ແລະ ປີໃໝ່ຈະເປັນວັນຢຸດຕັ້ງແຕ່ວັນທີ 20 ທັນວາ ຮອດ ວັນທີ 4 ມັງກອນ ແລະ ແລ້ວໃນການພົບໜ້າກັນແນ່ນອນຕ້ອງມີຂອງຂວັນໃຫ້ເຊິ່ງກັນ ແລະ ກັນ.


1. ວັນເທສະການເບຍ.
    ເທດສະການເບຍຂອງຊາວເຢຍລະມັນຈະມີຊື່ເອີ້ນວ່າ: October fest ເປັນງານທີ່ມີຊື່ ສຽງກວ້າງຂວາງທີ່ສຸດຢູ່ໃນປະເທດເຢຍລະມັນ. ຈຸດເດັ່ນຂອງເທດສະການນີ້ແມ່ນການແຕ່ງຊຸດປະຈຳຊາດເຢຍລະມັນເຊິ່ງຜູ້ຊາຍຈະໃສ່ຊຸດໜັງ ແລະ ສຳລັບຜູ້ຍິງຈະໃສ່ຊຸດກະໂປ່ງທີ່ສົດ ໃສ. ເຊິ່ງງານ Octorber fest ນີ້ເລີ່ມຕົ້ນຕັ້ງແຕ່ວັນທີ 21 ກັນຍາ ຈົນເຖິງ ວັນທີ 6 ຕຸລາເທົ່ານັ້ນຢູ່ທີ່ເມືອງມິວນິກ. ໃນວັນເທສະການເບຍນີ້ຜູ້ທີ່ເຂົ້າຮ່ວມງານຈະດື່ມເບຍຕົ້ນຕຳລັບຂອງຊາວເຢຍລະມັນຮ່ວມກັນຫຼາຍພໍສົມຄວນປະມານ 8 ລາ້ນລິດ.

ກິລາ ແລະ ກິດຈະກຳ
1. ກິລາເຕະບານ.
   ຊາວເຢຍລະມັນ 27 ລ້ານຄົນໄດ້ເຂົ້າເປັນສະມາຊິກສະໂມສອນກິລາ. ການແຂ່ງຂັນເຕະບານເປັນກິລາທີ່ເປັນທີ່ນິຍົມກັນຫຼາຍທີ່ສຸດ, ສະມາຄົມເຕະບານແຫ່ງຊາດຂອງເຢຍລະມັນເປັນອົງກອນກິລາທີ່ໃຫຍ່ທີ່ສຸດຂອງໂລກ ແລະ ລີກເຕະບານສູງສຸດຂອງເຢຍລະມັນແມ່ນ ບຸນເດັດລີກ້າ. ທີມເຕະບານຂອງເຢຍລະມັນໄດ້ເປັນແຊັ້ມບານໂລກໃນປີ 1954, 1974, 1990,​ 2014 ແລະ ໄດ້ເປັນແຊັັ້ມໃນການແຂ່ງຂັນເຕະບານແຫ່ງທະວີບຢູໂຣບໃນປີ 1972, 1980 ແລະ 1996. ເຢຍລະມັນໄດ້ເປັນເຈົ້າພາບເຕະບານໂລກໃນປີ 1974 ແລະ 2006, ນອກນັ້ນຍັງເປັນເຈົ້າພາບການແຂ່ງຂັນເຕະບານແຫ່ງທະວີບຢູໂຣບ. ກິລາປະເພດນີ້ມີຜູ້ຫຼິ້ນທັງໝົດ 11 ຄົນ ແລະ ບໍ່ຕໍ່າກວ່າ 7 ຄົນ.

2. ກິລາຮອກກີ້ນໍ້າແຂງ.
      ຮອກກີ້ນໍ້າແຂງເປັນໜຶ່ງໃນກິລາທີ່ນິຍົມຫຼາຍທີ່ສຸດຂອງເຢຍລະມັນຖັດຈາກກິລາເຕະບານ ແລະ ກິລາປະເພດນີ້ເປັນກິລາທີ່ຫຼິ້ນຢູ່ໃນຮົ່ມ ເຊິ່ງນິຍົມຫຼິ້ນກັນຫຼາຍໃນລະດູໜາວ. ກິລາປະເພດນີ້ຖືກສ້າງຕັ້ງຂຶ້ນໃນປີ 1912. ໃນທີມໜຶ່ງຈະປະກອບມີຜູ້ຫຼິ້ນທັງໝົດ 16 ຄົນ, ເຊິ່ງຜູ້ຫຼິ້ນມີ 11 ຄົນ ແລະ ຜູ້ຫຼິ້ນສຳຮອງ 5 ຄົນ.


3. ກິລາ Handball.
    ປະເທດເຢຍລະມັນຖືໄດ້ວ່າເປັນແຫຼ່ງກຳເນີດຂອງກິລາແຮນບໍ, ການແຂ່ງຂັນຄັ້ງທຳອິດໄດ້ຮັບການບັນທຶກຢ່າງເປັນທາງການເມື່ອວັນທີ 29 ຕຸລາ 1917 ໃນເບີລິນ. ໃນປະຈຸບັນນີ້ແຮນບໍເປັນກິລາທີ່ຫຼິ້ນເປັນທີມ ແລະ ຜູ້ຄົນເຂົ້າຊົມກິລານີ້ເປັນອັນດັບທີ່ນິຍົມໃນເມືອງຂະໜາດນ້ອຍທົ່ວປະເທດເຢຍລະມັນ. ກິລາປະເພດນີ້ຈະປະກອບມີຜູ້ຫຼິ້ນທັງໝົດ12 ຄົນ, ຜູ້ຫຼິ້ນໃນເດີ່ນມີ 7 ຄົນ ແລະ ຜູ້ຫຼິ້ນສຳຮອງມີ 5 ຄົນ.


ສິ່ງທີ່ມີຊື່ສຽງຂອງປະເທດ
1. ເທດສະການເບຍ.
    ເທດສະການເບຍຂອງຊາວເຢຍລະມັນຈະມີຊື່ເອີ້ນວ່າ: Oktober fest ເປັນງານທີ່ມີຊື່ ສຽງກວ້າງຂວາງທີ່ສຸດຢູ່ໃນປະເທດເຢຍລະມັນ ແລະ ເປັນເທດສະການທີ່ດຶງດູດຜູ້ຄົນໄດ້ຫຼາກຫຼາຍ, ເຊິ່ງເບຍຕົ້ນຕຳລັບຂອງຊາວເຢຍລະມັນມີທັງໝົດ 16 ຊະນິດດ້ວຍກັນ. ຈຸດເດັ່ນຂອງເທດສະການນີ້ແມ່ນການແຕ່ງຊຸດປະຈຳຊາດເຢຍລະມັນເຊິ່ງຜູ້ຊາຍຈະໃສ່ຊຸດໜັງ ແລະ ສຳລັບຜູ້ຍິງຈະໃສ່ຊຸດກະໂປ່ງທີ່ສົດໃສ.
2. ໄສ້ກອກ.
   ປະເທດເຢຍລະມັນໄດ້ເປັນປະເທດທີ່ມີຊື່ສຽງທາງດ້ານການເຮັດໄສ້ກອກຫຼາຍຮູບແບບເຊິ່ງແຕ່ລະພາກຂອງເຢຍລະມັນມັກກິນໄສ້ກອກທີ່ແຕກຕ່າງກັນໄປເຊັ່ນ: ໃນພາກເໜືອຂອງເຢຍ ລະມັນເຊິ່ງໄສ້ກອກທີ່ນີຍົມທາງພາກເໜືອຊື່ວ່າ: ໄສ້ກອກທີ່ມີຜົງກະລີ່ຢູ່ດ້ານເທິງ, ສ່ວນຕອນໃຕ້ຂອງປະເທດແມ່ນໄສ້ກອກຂາວ ແລະ ໄສ້ກອກທີ່ເຮັດມາຈາກຊີ້ນໝູ.

ສິ່ງທີ່ຄວນ ແລະ ບໍ່ຄວນ
1. ສິ່ງທີ່ຄວນ.

1. ຈັບມືທັກທາຍກັນອີກຝ່າຍໜຶ່ງເມື່ອຖືກແນະນຳໃຫ້ຮູ້ຈັກ ( ຖ້າບໍ່ຈັບມືສະແດງເຖິງຄວາມບໍ່ ສຸພາບ).
2. ຢ່າງທີ່ຮູ້ກັນດີວ່າຄົນເຢຍລະມັນມັກກິນເບຍຫຼາຍ, ກ່ອນຈະກິນເບຍທຸກເທື່ອນັ້ນຕ້ອງບໍ່ລືມເວົ້າ PROST! ຄວາມໝາຍຄື: Cheers. ໂດຍຄະນະທີ່ເວົ້ານັ້ນຢ່າລືມເບິ່ງຕາໝູ່ເພື່ອນທີ່ຮ່ວມກິນເບຍນຳກັນ.
3. ປະເທດເຢຍລະມັນມັກເວົ້າການເມືອງ ແລະ ສາສະໜາ, ເຖິງຈະພົບກັນເທື່ອທຳອິດກໍຕາມ.
4. ເມື່ອຮັບໂທລະສັບຄົນປະເທດເຢຍລະມັນຈະແນະນຳຊື່ຕົວເອງໃຫ້ຄົນຮັບສາຍຮູ້ກ່ອນ.
5. ຮ້ານຄ້າຈຳນວນຫຼາຍໃນເຢຍລະມັນມັກບໍ່ໃຊ້ບັດເຄຼດິດ, ເພາະສະນັ້ນຢ່າລືມພົກເງິນສົດ ຫຼື ກົດບົດ ATM ເພື່ອໄວ້.

2. ສິ່ງທີ່ບໍ່ຄວນ.

1. ເວລາຍ່າງຂ້າມທາງຢ່າຍ່າງສຸມ 4, ສຸມ 5 ເພາະນອກຈາກຈະຜິດກົດໝາຍແລ້ວຍັງອາດຈະຖືກເບິ່ງດ້ວຍສາຍຕາແປກໆ ຫຼື ອາດຈະຖືກຈັບໄດ້.
2. ເວລາຍ່າງເທິງຟຸດບາດໃຫ້ສັງເກດດີໆເພາະເທິງຟຸດບາດຈະແບ່ງອອກເປັນ 2 ເລນຄື: ສຳ ລັບຄົນຍ່າງ ແລະ ສຳລັບຄົນຂີ່ລົດຖີບ, ຖ້າໄປຍ່າງເລນທີ່ໄວ້ສຳລັບຂີ່ລົດຖີບອາດຈະຖືກດ່າແບບຟຣີໆໄດ້.
3. ຫ້າມມາຊ້າເພາະຄົນເຢຍລະມັນເປັນຄົນຕົງຕໍ່ເວລາສະເໝີ.
4. ຫ້າມມອບດອນລິນລີ້ໃຫ້ແກ່ຄົນເຢຍລະມັນເພາະມັນເປັນດອກໄມ້ໃຊ້ສະເພາະໃນງານສົບ.
5. ຫ້າມມອບດອກຄາເນຊັ້ນໃຫ້ຄົນເຢຍລະມັນເຊັ່ນດຽວກັນເພາະມັນໝາຍເຖິງຄວາມໂສກ ເສົ້າເສຍໃຈ.
ວັດທະນະທຳ
1. ການຈັບມື: ການຈັບມືເປັນວັດທະນະທຳທີ່ສຳຄັນຂອງຊາວເຢຍລະມັນໂດຍສະເພາະແມ່ນການເຫັນກັນຄັ້ງແລກຫຼືເທື່ອທຳອິດ.
2. ການຈູບ: ແມ່ນສະແດງໃນຮູບແບບເປັນໝູ່ເພື່ອນ, ເປັນການຈູບເບົາໆທີ່ແກ້ມທັງສອງຂ້າງ ໃນຂະນະທີ່ເຫັນກັນ.
3. ການມາຕາມໂມງຕາມເວລາທີ່ນັດ: ຊາວເຢຍລະມັນມີຄວາມຕົງຕໍ່ກັບເວລາ ແລະ ເປັນມາ ລະຍາດທີ່ສຳຄັນເປັນຢ່າງຍິ່ງສຳລັບການໄປປະຊຸມທາງທຸລະກິດ ແລະ ການນັດໝາຍທີ່ສຳຄັນຄວນຈະໄປກ່ອນເວລາ, ຖ້າຫາກມາຊ້າຕາມການນັດຖືວ່າບໍ່ເປັນການປະທັບໃຈ.
ແຫຼ່ງທ່ອງທ່ຽວ
1. ສະຖານທີ່ທ່ອງທ່ຽວກຳແພງ Berlin.
    ກຳແພງເບີລິນມີຊື່ວ່າ Brandenburger  ເຊິ່ງໄດ້ຖືກສ້າງຂຶ້ນຫຼັງຈາກສົງຄາມໂລກຄັ້ງທີ 2  ຕອນເບີລິນຖືກແບ່ງອອກເປັນ  2  ປະເທດ, ກຳແພງເບີລິນຖືກສ້າງຂຶ້ນເພື່ອກັ້ນເຂດແດນແບ່ງລະຫວ່າງເຢຍລະມັນຕາເວັນຕົກ ແລະ ເຢຍລະມັນຕາເວັນອອກເຊິ່ງເມື່ອຢ່າງເຂົ້າມາອາດ ຈະສຳພັດໄດ້ເຖິງຮ່ອງຮອຍຂອງອາດີດທີ່ຍັງຫຼົງເຫຼືອຢູ່ໄວ້ເປັນສະຖານທີ່ປັດຕະຍາກຳອັນສວຍ ງາມ ແລະ ສຳຄັນຂອງເມືອງ.

2. ສະຖານທີ່ທ່ອງທ່ຽວ Dresden.
      Dresden  ເປັນຕົວເມືອງທ່ອງທ່ຽວທີ່ເກົ່າແກ່ຢູ່ແຄມແມ່ນໍ້າເອວເບີເຊິ່ງຕັ້ງຢູ່ທາງຕອນໃຕ້ຂອງກຸງເບີລິນ,  ເປັນເມືອງທີ່ເກົ່າແກ່ທີ່ເຕັມໄປດ້ວຍຄວາມສວຍງາມ  ແລະ  ໜ້າສົນໃຈ.  ຕົວເມືອງແຫ່ງນີ້ຖືກສ້ອມແຊມ ແລະ ບູລະນະມາຈາກສົງຄາມໂລກຄັ້ງທີ 2 ຈົນເກີດມີຄວາມສວຍງາມທີ່ບໍ່ໜ້າເຊື່ອ,  ແຫຼ່ງທ່ອງທ່ຽວໃນຕົວເມືອງທີ່ນັກທ່ອງທ່ຽວມັກໄປຖ່າຍຮູບເກັບໄວ້ເປັນຄວາມຊົງຈຳກໍ່ຄື: Neumarkt ເຊິ່ງເປັນຕະຫຼາດໃໝ່ທີ່ມີຄວາມສວຍງາມ.


3. ສະຖານທີ່ທ່ອງທ່ຽວປ່າດຳ.
    ປ່າດຳແຫ່ງນີ້ເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫຼາຍຈາກຄວາມສວຍງາມຂອງທຳ ມະຊາດ, ພວກທ່ານສາມາດເປີດປະສົບການໃໝ່ໆໄດ້ທີ່ນີ້ບໍ່ວ່າຈະເປັນການຍ່າງ, ການຂີ່ລົດ ຖີບ ຫຼື ຂີ່ມ້າ. ຢູ່ສະຖານທີ່ນີ້ທ່ານຍັງສາມາດພົບກັບໝູ່ບ້ານສະປານໍ້າແລ້ທີ່ມີຊື່ສຽງໃນອັນດັບຕົ້ນໆຂອງໂລກ, ໝູ່ບ້ານແຫ່ງນີ້ຊື່ວ່າ Baden-Baden ເຊິ່ງໝູ່ບ້ານນີ້ເປັນສະຖານທີ່ທ່ອງ ທ່ຽວຂອງຄົນລວຍ, ສະນັ້ນຝຣັ່ງຈຶ່ງເອີ້ນວ່າ: ເມືອງຫຼວງນໍ້າຮ້ອນຂອງຢູໂຣບເພາະນໍ້າແລ້ຂອງສະຖານທີ່ນີ້ບ້ອນຂຶ້ນມາຈາກນໍ້າ 12 ແຫ່ງຮອບໆບໍລິເວນ ຈຶ່ງເຮັດໃຫ້ນໍ້າມີແຮ່ທາດສູງ, ແຕ່ການທີ່ຈະມາບ່ອນນີ້ແມ່ນຕ້ອງມີຄ່າໃຊ້ຈ່າຍສູງ.



4. ສະຖານທີ່ທ່ອງທ່ຽວທະເລສາບໂບເດັນເຊ.
      ທະເລສາບແຫ່ງນີ້ມີວິວຂອງພູເຂົາແອວທີ່ຈະເຮັດໃຫ້ທຸກທ່ານຕ້ອງຕະລຶງໃນຄວາມສວຍ ງາມຂອງບັນຍາກາດທະເລສາບແຫ່ງນີ້, ມີອານາເຂດຕິດກັບສາມປະເທດຄື: ສະວິດສະແລນ, ອອດສະເຕເລຍ ແລະ ເຢຍລະມັນ. ເຊິ່ງທຸກທ່ານສາມາດລ່ອງເຮືອ, ລອຍ ນໍ້າ ຫຼື ພາຍເຮືອຫຼິ້ນໄດ້. ຢູ່ທະເລສາບໂບເດັນເຊມີຫຼາຍຢ່າງໃຫ້ທ່ຽວຊົມເຊັັ່ນ: ວິວຂອງຕົວເມືອງທີ່ສວຍງາມ ແລະ ໝູ່ບ້ານລວມໄປຮອດປະສາດຫຼາຍຫຼັງທີ່ຕັ້ງຢູ່ຕິດກັບທະເລ ສາບເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງເຢຍລະມັນທີ່ໜ້າສົນໃຈ.



Saturday, January 28, 2017

ຂໍ້ມູນທົ່ວໄປ ແລະ ພູມສັນຖານ
1.  ພູມສັນຖານ.
      ປະເທດເຢຍລະມັນຕັ້ງຢູ່ໃນຕອນກາງຂອງທະວີບຢູໂຣບ, ເປັນປະ ເທດທີ່ມີປະຫວັດສາດ ແລະ ວັດທະນະທຳອັນຍາວນານ. ປະເທດເຢຍລະມັນຖືໄດ້ວ່າເປັນໜຶ່ງໃນປະເທດຂອງໂລກທີ່ມີລະບົບເສດຖະກິດ, ເທັກໂນໂລຢີ ແລະ ການສຶກສາທີ່ເຂັ້ມແຂງ. ທີ່ຕັ້ງຂອງປະເທດທີ່ຢູ່ໃຈ ກາງຂອງທະວີບຢູໂຣບຈຶ່ງເຮັດໃຫ້ປະເທດເຢຍລະມັນມີເພື່ອນບ້ານອ້ອມຮອບທັງໝົດ 9 ປະ ເທດຄື: ອອດສະເຕເລຍ, ເບວຢ້ຽມ, ສາທາລະນະເຊັກ, ເດັນມາກ, ຝຣັ່ງ, ລັກຊຳເບີກ, ເນເທີແລນ, ໂປແລນ ແລະ ສະວິດເຊີແລນ.
     ປະເທດເຢຍລະມັນມີເນື້ອທີ່ທັງໝົດ 357,021 Km2, ແມ່ນໍ້າສາຍຫຼັກຂອງປະເທດແມ່ນແມ່ນໍ້າໄຣນ໌ເຊິ່ງເປັນແມ່ນໍ້າທີ່ຍາວທີ່ສຸດໃນປະເທດເຢຍລະມັນຕົວເມືອງທີ່ໃຫຍ່ທີ່ສຸດຢູ່ໃນປະເທດເຢຍລະມັນມີ: ເມືອງ ເບີລິນ, ເມືອງຮຳເບີດ, ເມືອງມິວນິດ, ເມືອງໂຄໂລນ ແລະ ເມືອງແຟງເຟີດ.

2. ອານາເຂດ. 
    ປະເທດເຢຍລະມັນເປັນປະເທດໜຶ່ງທີ່ມີຊາຍແດນຕິດກັບຫຼາຍປະເທດເຊິ່ງມີຄວາມຍາວປະມານ 3,714 Km2. ເຊິ່ງມີຊາຍແດນຕິດກັບປະເທດອອດສະເຕເລຍ 801 Km, ເບວ ຢ້ຽມ 133 Km, ສາທາລະນະເຊັກ 704 Km, ເດັນມາກ 140 Km, ຝຣັ່ງ 148 Km, ລັກຊຳເບີກ 128 Km, ເນເທີແລນ 575  Km, ໂປແລນ 467 Km ແລະ ສະວິດເຊີແລນ 348 Km.
3. ລັກສະນະພູມອາກາດ ແລະ ລະດູ.
     ພູມອາກາດຂອງເຢຍລະມັນຈະມີຄວາມແຕກຕ່າງກັນໃນແຕ່ລະຕົວເມືອງໂດຍອຸນຫະພູມຢູ່ທົ່ງພຽງສະເລ່ຍໃນລະດູໜາວແມ່ນ 1,5 ອົງສາ ແລະ ເທິງພູເຂົາແມ່ນ -6 ອົງສາ, ສ່ວນອຸນຫະພູມໃນເດືອນກໍລະກົດສະເລ່ຍແມ່ນ 18-20 ອົງສາ.
       ປະເທດເຢຍລະມັນມີ 4 ລະດູຄື:
1. ລະດູຮ້ອນ (ມີຖຸນາ-ສິງຫາ): ອຸນຫະພູມສະເລ່ຍຢູ່ລະຫວ່າງ 18-20 ອົງສາ, ບາງຄັ້ງອຸນຫະ ພູມອາດຈະສູງເຖິງ 30 ອົງສາ ຫຼື ສູງກວ່ານັ້ນ.
2. ລະດູໃບໄມ້ລົ່ນ (ກັນຍາ-ພະຈິກ): ອາກາດຈະເລີ່ມເຢັນລົງ ແລະ ມີຝົນຕົກ, ໃບໄມ້ຈະມີ ການປ່ຽນສີເປັນສີເຫຼືອງ, ສີແດງ.
3. ລະດູໜາວ (ທັນວາ-ກຸມພາ): ອຸນຫະພູມສະເລ່ຍຢູ່ລະຫວ່າງ 5 ອົງສາ ຫາ -5 ອົງສາ, ໂດຍຈະມີຫິມະຕົກເລັກໜ້ອຍ.
4. ລະດູໃບໄມ້ປົ່ງ (ມີນາ-ພຶດສະພາ): ອາກາດຈະອຸ່ນຂຶ້ນ, ດອກໄມ້ເລີ່ມບານ ແລະ ຕົ້ນໄມ້ຈະແຕກໃບອ່ອນ.
4. ປະຊາກອນ.
     ໃນປະຈຸບັນປະເທດເຢຍລະມັນມີປະຊາກອນທັງໝົດ 82.3 ລ້ານຄົນ ( ຜູ້ຍິງ 42 ລ້ານຄົນ ), ນອກຈາກນັ້ນຍັງມີຊາວຕ່າງຊາດອາໄສຢູ່ໃນເຢຍລະມັນ 7.3 ລ້ານຄົນ.
5. ສາສະໜາ.
    ຊາວເຢຍລະມັນສ່ວນຫຼາຍນັບຖືສາສະໜາຄິດສະຕຽນປະມານ 52 ລ້ານຄົນ, ສາສະໜາອິດສະລາມປະມານ 4 ລ້ານຄົນ, ສາສະໜາພຸດປະມານ 235,000 ຄົນ ແລະ ສາສະໜາຢິວປະມານ 106,000 ຄົນ. ເຖິງຢ່າງໃດກໍຕາມກົດໝາຍຂອງເຢຍລະມັນໄດ້ໃຫ້ຄວາມສະເໝີ ພາບໃນການນັບຖືສາສະໜາ ແລະ ບໍ່ມີໂບດປະຈຳຢູ່ໃນປະເທດ.
6. ພາສາເຢຍລະມັນ.
    ເປັນພາສາທີ່ກຸ່ມຄົນເຈີແມນດ້ານຕາເວັນຕົກ ແລະ ເປັນພາສາທີມີຄົນໃຊ້ເວົ້າເປັນພາສາກາງຫຼາຍທີ່ສຸດໃນສະຫະພາບຢູໂຣບ, ສ່ວນໃຫຍ່ຈະເວົ້າຢູ່ໃນປະເທດເຢຍລະມັນ, ອອດສະເຕເລຍ, ສະວິດເຊີແລນ, ລັກຊຳເບີກ, ທາງດ້ານຕາເວັນອອກຂອງເບວຢ້ຽມ,  ບາງສ່ວນຂອງໂຣມາເນຍ ແລະ ຝຣັ່ງ. ນອກນັ້ນຍັງມີຊັ້ນຄົນກຸ່ມນ້ອຍທີ່ເວົ້າພາສເຢຍລະມັນໃນຫຼາຍປະເທດທາງຢູໂຣບຕາເວັນອອກເຊັ່ນ: ຣັດເຊຍ, ຮົງໂກລີ, ສະໂລວີເນຍ. ລວມເຖິງອາເມຣິກາເໜືອ ແລະ ບາງປະເທດໃນອາເມຣິກາລາຕິນເຊັ່ນ: ອາເຈັນຕີນ້າ ແລະ ບາຊິວ







Monday, January 23, 2017


Class C Group 5

ປະເທດເຢຍລະມັນ
ຄຳນຳ
 ໃນປະເທດເຢຍລະມັນນີ້ໄດ້ມີຈຸດທີ່ສາມາດດຶງດູດນັກທ່ອງທ່ຽວຈຳນວນມະຫາສານເຂົ້າສູ່ປະເທດບໍ່ວ່າຈະເປັນທາງດ້ານການທ່ອງທ່ຽວ,ຮ້ານອາຫານ, ໂຮງແຮມສິ່ງເຫຼົ່ງນີ້ເປັນຈຸດທີ່ສຳຄັນທາງດ້ານການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການສ້າງລາຍໄດ້ເຂົ້າໃນປະເທດນັ້ນເອງ. ຈະມີຄວາມສວຍງາມທາງດ້ານທຳມະ ຊາດ, ຄວາມທັນສະໄໝທາງດ້ານຕ່າງໆ, ສິ່ງທີ່ໂດດເດັ່ນຄື: ກິລາ, ການນຸ່ງຖື, ການດື່ມ ເບຍ, ອາຫານທີ່ເປັນເອກະລັກ, ຂໍ້ມູນທົ່ວໄປ ແລະ ພູມສັນຖານ, ວັດທະນະທຳ, ສິ່ງທີ່ມີຊື່ສຽງ, ບຸນປະເພນີທີ່ມີຄວາມສຳ ຄັນທາງດ້ານການທ່ອງທ່ຽວຫຼາຍ.

ສາລະບານ

ເອກະສານອ້າງອີງ
educatepark. (2016). ພູມສັນຖານ, ພູມອາກາດ, ປະຊາກອນ, ສາສະໜາ, ພາສາ, ນາຍຍົກລັດຖະມົນຕີ. ວັນທີ 28 ມັງກອນ 2017,ຈາກ:  www.educatepark.com/เรียนต่อเยอรมัน/ประเทศเยอรมนี/
wikipedia. (2015). ທຸງຊາດຂອງປະເທດເຢຍລະມັນ. ວັນທີ 30 ມັງກອນ 2017, ຈາກ: https://th.wikipedia.org/wiki/ธงชาติเยอรมนี
blogspot. (2014). ຊຸດປະຈຳຊາດ. ວັນທີ 30 ມັງກອນ 2017, ຈາກ:wlanru.blogspot.com/2014/07/blog-post.html
wordpress: (2016). ປະເພນີ. ວັນທີ 28 ມັງກອນ 2017, ຈາກ:https://petchpetals.wordpress.com/
educatepark: (2015). ວັດທະນະທຳ. ວັນທີ 28 ມັງກອນ 2017, ຈາກ: www.educatepark.com/เรีนต่อเยอมัน/society-and-culture/
wikipedia. (2017). ກິລາ ແລະ ກິດຈະກຳ. ວັນທີ 28 ມັງກອນ 2017, ຈາກ: https://en.wikipedia.org/wiki/Sport_in_Germany
amazingthaisea: (2017). ແຫຼ່ງທ່ອງທ່ຽວ. ວັນທີ 28 ມັງກອນ 2017, ຈາກ: amazingthaisea.com/10-ที่-เที่ยว-ทัวร์เยอมัน/

ຊື່ ແລະ ນາມສະກຸນນັກສຶກສາ
1.  ທ. ວິມັງສະ ປະຖັມມະວົງ
2.  ນ. ສຸດສີດາ ສຸລິຈັກ
3.  ນ. ເຊີລີ້ ວົງວິໄລທອງ

4.  ນ. ຄອນສຸກ ເທບພະວົງ